ນໍ້າເສຍປົນສານເຄມີ ຈາກແຮ່ຫາຍາກ ໄຫຼລົງຖ້ວມດິນນາຊາວບ້ານ ຢູ່ ແຂວງຫົວພັນ

ອ່າງນໍ້າເສຍແຕກ ບໍລິສັດຂຸດແຮ່ຫາຍາກ ແຕກ

ອ່່າງເກັບນໍ້າເສຍບໍລິສັດຂຸດຄົ້ນແຮ່ຫາກຍາກຂອງຈີນ ແຕກ ຢູ່ແຂວງ ຫົວພັນ ເຮັດໃຫ້ນໍາເສຍທີ່ປົນເປື້ອນສານເຄມີ ໄຫຼລົງໃສ່ສາຍນໍ້າແວ່ນ.

ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ເປັນຜູ້ຂຸດຄົ້ນແຮ່ຫາຍາກໃນເຂດດັ່ງກ່າວ. ຈຸດທີ່ແຕກ ຫ່າງຈາກຈຸດເກົ່າທີ່ເຄີຍແຕກໃນປີ 2024 ປະມານ 1 ກິໂລແມັດ.

ອີງຕາມຂໍ້ມູນຈາກຊາວບ້ານເມືອງຊໍາເໜືອ ໄດ້ຮູ້ວ່າ ອ່າງເກັບນໍ້າສ້າງຂຶ້ນບໍ່ໄດ້ມາດຕະຖານ ຂີ້ຮ້າຍຄືເກົ່າ ແລະ ຜົນກະທົບຮ້າຍແຮງກວ່າເກົ່າ.

ເຫດເກີດ ໃນວັນທີ 1 ພະຈິກ 2026 ໃນເຂດບ້ານທັບເຜິ້ງ ເມືອງຊຳເໜືອ ແຂວງຫົວພັນ ສົ່ງຜົນກະທົບແລ້ວເບື້ອງຕ້ນ 3 ບ້ານ ຄື ບ້ານເມືອງແວ່ນ, ບ້ານນາກາວ ແລະ ບ້ານນາຄູນ ເຊິ່ງກະທົບຕໍ່ການໃຊ້ນ້ຳ ການດຳລົງຊີວິດ ລວມເຖິງການທຳມາຫາກິນຂອງປະຊາຊົນ.

ຂະນະທີ່ ເຈົ້າໜ້າທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຫົວພັນ ລະບຸວ່າ ທາງແຂວງໄດ້ຮັບລາຍງານແລ້ວ ແລະ ວັນທີ 2 ພະຈິກ ຈະລົງພື້ນທີ່ກວດກາ. ເບື້ອງຕົ້ນ ທາງການແຂວງ ຈະສັ່ງໂຈະກິດຈະການຂຸດຄົ້ນແຮ່ຂອງບໍລິສັດຈີນເປັນການຊົ່ວຄາວ ແລະ ຄາດວ່າອາດໃຊ້ເວລາຫຼາຍເດືອນໃນການແກ້ໄຂ ພ້ອມກວດກາຄຸນນະພາບນ້ຳ.

ເຈົ້າໜ້າທີ່ພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ:

ໃນປີ 2024 ເຄີຍເກີດກໍລະນີຄ້າຍຄືກັນ ຈາກໂຄງການຂຸດຄົ້ນແຮ່ຫາຍາກ ຂອງ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ.

ໃນເວລານັ້ນ ນ້ຳເສຍປົນເປື້ອນສານເຄມີ ໄດ້ໄຫຼຊຶມລົງສູ່ຫ້ວຍມັນ ແລະ ຫ້ວຍຕະບູ້ນ ເຮັດໃຫ້ປາຕາຍ ແລະ ປະຊາຊົນ 36 ບ້ານ ໄດ້ຮັບຜົນກະທົບ ລວມທັງບ້ານ ເມືອງແວ່ນ ທີ່ຂາດແຄນນ້ຳໃຊ້ໃນການກະສິກຳ ແລະ ລ້ຽງສັດ ໂດຍທາງການເຄີຍສັ່ງໂຈະ ແລະ ແກ້ໄຂບັນຫາມາແລ້ວ.

ສຳລັບປະຊາຊົນທີ່ອາໄສຕາມສາຍນ້ຳແວ່ນ ແລະ ນ້ຳຊຳ ຕັ້ງແຕ່ບ້ານເມືອງແວ່ນລົງໄປທາງລຸ່ມ ຢຸດນຳໃຊ້ນ້ຳຊົ່ວຄາວ ຈົນກວ່າຈະມີຜົນການກວດກາຄຸນນະ ພາບນ້ຳ ແລະ ມີການແກ້ໄຂບັນຫາ.